ຖານຂໍ້ມູນ Online Platform QA TVET Institutions
ຖານຂໍ້ມູນ Online Platform QA TVET Institutions

ສະຖານທີ່ທ່ອງທ່ຽວທາງວັດທະນະທຳວັດພູທອກ Wat Phou Thok Cultural Tourist Site 瓦普托克文化旅游景点


ສະຖານທີ່ທ່ອງທ່ຽວທາງວັດທະນະທຳວັດພູທອກ Wat Phou Thok Cultural Tourist Site  瓦普托克文化旅游景点

ປະຫວັດພູທອກ

ຕາມການບອກເຫຼົ່າຂອງເຈົ້າກົກເຈົ້າເຫຼົ່າ ເຖົ້າເເກ່  ບ້ານນາຍາວ, ບ້ານສວນ ແລະ ບ້ານທ່ານາວ່າ:  ຊື່ທອກນີ້ ແມ່ນແປມາຈາກພູດັ່ງກ່າວ ທີ່ຕັ້ງຢູ່ຜູ້ດຽວຢູ່ໂດດດ່ຽວ ໂດຍບໍ່ມີພູໜ່ວອື່ນ ມາເລື່ອມກັນ ຈຶ່ງເອີ້ນກັນວ່າ: ພູທອກ.

v  ເມື່ອຄາວແຕ່ກີ້ແຕ່ກອນ  ຍັງມີຜູ້ເຖົ້າບອກເລົ່າກັນວ່າ:  ພູດັ່ງກ່າວ ແມ່ນພູໝູທອກ  ເພາະວ່າ:

ມີໝູປ່າເທິກໃຫ່ຍ,  ເຊິ່ງຄົນສ່ວນຫຼາຍເຂົາເອີ້ນວ່າ:  ໝູທອກ ທີ່ມີຂອງດີຕິດຕົວຄື: ແຂ້ວໝູຕັນ

ຄ່າມຄົງເຊິ່ງຜ່ານໆມາຜູ້ໃດເອົາປືນຍິງກະບໍ່ເຂົ້າ  ບໍ່ຕາຍຈັກເທື່ອ,  ໝູດັ່ງກ່າວ  ນອນເຝົ້າກິນຫົວມັນອ້ອນ ຫຼື ຫົວເຜີ່ມ  ຢູ່ຈອມພູດົນນານພໍສົມຄວນ,  ພູດັ່ງກ່າວພັດມີໜອງນ້ຳຢູ່ຈອມພູ  ເຮັດໃຫ້ໝູທອກໄດ້ການອາໄສຢູ່ທີນັ້ນ ( ດັ່ງນັ້ນ, ຈຶ່ງພາກັນເອີ້ນວ່າ ພູທອອກຈົນເຖິງທຸກວັນນີ້ ).

      ພູທອກເປັນພູໜ່ວຍໜຶ່ງ ທີ່ຕັ້ງຢູ່ໂດດດ່ຽວ ແລະ ເປັນພູທີ່ສູງກ່ວາໝູ່ ທີ່ຢູ່ໃກ້ກັບເທດສະບານເມືອງ,  ດັ້ງນັ້ນ ໃນເມື່ອກ່ອນໄດ້ມີຜູ້ນຳພາການປະວັດຊາດປະຊາທິປະໄຕ   ຢູ່ແຂວງໄຊຍະບູລີ  ໄດ້ຂື້ນຍຶດເອົາພູໜ່ວຍນີ້ເປັນປ້ອມສັງເກດການ  ເພື່ອວາງແຜນທາງດ້ານການເມືອງ ແລະ ການຕໍ່ສູ້ທາງດ້ານ ການທະຫານ  ເພື່ອປົດປ່ອຍ ແຂວງໄຊຍະບູລີ  ພ້ອມໆກັບບັນດາແຂວງ  ໃນທົ່ວປະເທດ ໃນຄາວນັ້ນ.

v  ປະຫວັດພຣະພຸດທະເຈົ້າໃຫຍ່  ປາງພະທານພອນ.

         ພຣະພຸດທະເຈົ້າໃຫຍ່ປາງປະທານພອນ  ເປັນພຣະເຈົ້າໃຫຍ່ອົງຢື້ນອົງໜຶ່ງ ທີ່ມີຄວາມໝາຍວ່າ : ພະພຸດທະຮູບສະແດງອິດທິປະຕິຫານ ( ປະທານພອນ )  ເປັນພະພຸດທະຮູບ ຢູ່ໃນອະລິຍະບົດ ຢືນພະຫັດຊ້າຍ ( ມືຊ້າຍ ) ,

 ມືຂວາຢ່ອນລົງ ( ຢ່ອນລົງແນບຂ້າງກາຍ ) .

     ຄວາມເປັນມາແມ່ນ :    ເມື່ອພຣະພຸດທະເຈົ້າສະເດັດໄປກຸງກະບິນລະພັດ  ເພື່ອໄປໂຜດຍາດຕິພີ່ນ້ອງ ເປັຄັ້ງທຳອິດຈາກການທີ່ຕັດສະຮູ້ທັມແລ້ວ,  ແຕ່ຍາດຜູ້ໃຫຍ່ ຫຼື ພຣະທີ່ແກ່ພັນສາກ່ວານັ້ນບໍ່ທຳຄວາທເຄົາລົບຕໍ່ພະອົງ,  ເພື່ອເຮັດໃຫ້ຍາດຕິຜູ້ລົດຖິດຖີລົງ  ພຣະອົງຈຶ່ງສະແດງລິດອິດທິປະຕິຫານ ເພື່ອໃຫ້ຍາດຜູ້ໃຫຍ່ທະຄວາມເຄົາລົບ, ພະອົງຈຶ່ງໄດ້ທຳຕົວ  ໂດຍການເຫາະເຫີນໄປເທິງອາກາດ   ເພື່ອໃຫ້ລະອອງທຸລີຕົກລົງໃສ່ຍາດຜູ້ໃຫຍ່, ພະເຈົ້າສຸດໂທທະນະຈຶ່ງທຳຄວາມເຄົາລົບເປັນຄັ້ງທີ່ສາມໃນນາມເປັນພຣະພຸດທະເຈົ້າອົງທີ່ແກ່ພັນສາ ,  ຈາກນັ້ນ  ພຣພຸດທະເຈົ້າເຊິ່ງເປັນອົງທີ່ສັກສິດ  ຈື່ງສະແດງລິດ ເດດດົນບັນດານໃຫ້ຝົນໂບກຂະລະ ( ຕົກລົງ ) ເພື່ອປະທານພອນ

ໃຫ້ແກ່ຍາດພີ່ນ້ອງໄດັຮັບຄວາມສຸກ ສະແດງວ່າ: ມືເບື້ອງຊ້າຍຍົກແບນສະບັດເປັນວົງມົນ ແມ່ນມີຄວາມຍິນດີ  ໃນເມື່ອຜູ້ອື່ນໄດັມີ  ຄວາມເຄົາລົບຕໍ່ພຮະອົງ, ສ່ວນມືເບື້ອງຂວາແບນມືຢ່ອນລົງ  ແມ່ນການປະທານພອນ   ໃຫ້ໄຜ່ຟ້າລາດສະດອນທັງຫຼາຍທີ່ໄດັ  ປາຖະໜາສິ່ງໃດກໍ່ຂໍໃຫ້ໄດັດັ່ງຄວາມປາຖະໜາທຸກສິ່ງທຸກອັນດ້ວຍເທີ້ນ.

History of Phu Thok

According to the stories of the elders of Ban Na Yao, Ban Suan and Ban Thana, the name of this mountain is translated from the mountain that is located alone and isolated without any other mountains to join it, so it is called: Phu Thok.

 In ancient times, there were also old people who told each other: The mountain was Phu Thok because:

There was a big wild boar, which most people called: Phu Thok, which had a good thing: a tooth of a pig

A long time ago, anyone who shot a gun at it never died, the boar lay and ate the head of a potato or a head of a potato on the top of the mountain for a long time, the mountain happened to have a pond at the top of the mountain, allowing the boar to live there (therefore, it is called Phu Thok to this day).

Phu Thok is a mountain located alone and is the highest mountain near the city center. In the past, the leaders of the democratic national history in Xayaburi province took over this mountain as an observation post to plan political and military battles to liberate Xayaburi province and other provinces throughout the country at that time.

History of the Great Buddha Pang Phathanphon.

The Great Buddha Pang Phathanphon is a great god with the meaning: The Buddha image shows the power of the throne (Phaothanphon) is a Buddha image in the ariyabh standing with the left hand (left hand),

The right hand is hanging down (hanging down to the side).

The story goes: When the Buddha went to Kabinlapattana to visit his relatives for the first time after his enlightenment, but the elders or the elders who were older than him did not pay him respect. In order to make the elders respect him, he showed his power of eloquence to make the elders respect him. He then performed a ritual by throwing himself into the air so that a drop of water would fall on the elders. The Supreme Being paid his respects for the third time in the name of the Buddha, the elders. Then the Buddha, who is a holy being, showed his power of making the sun shine (fall) to bless his relatives. He showed his power of blessing his relatives with happiness. The left hand raised in a circle shows joy when others show respect for him, while the right hand is lowered to bless the heavenly beings who have been blessed. Whatever you wish for, may all your wishes come true.

普托克山的历史

根据班纳尧、班苏安和班塔纳村长者的讲述,这座山的名字来源于它孤零零地耸立在山巅,没有任何其他山峰与之相连,因此得名“普托克山”。

在古代,也有老人彼此讲述:这座山之所以被称为普托克山,是因为:

山上曾有一头巨大的野猪,人们大多称之为“普托克”,它有一件宝贝:一颗猪牙。

很久以前,任何人朝它开枪都不会死,这头野猪便长期躺在山顶上,啃食着一颗猪牙。恰巧山顶上有一个池塘,野猪便在那里安家落户(因此,这座山至今仍被称为普托克山)。

普托克山是一座孤山,也是距离市中心最近的山峰。过去,沙耶武里府民主民族历史上的领袖们曾占领这座山作为观察哨,策划政治和军事行动,以解放沙耶武里府以及当时全国其他省份。

五、庞帕坦蓬大佛的历史

庞帕坦蓬大佛是一位伟大的神祇,其含义为:佛像展现了宝座(帕坦蓬)的力量,是一尊左手持佛像,

右手垂于身侧。

传说:佛陀证悟后第一次前往卡宾拉帕塔纳探望亲人,但长辈们并未对他表示敬意。为了赢得长辈们的尊重,他展现了雄辩的口才,并举行了一个仪式,将自己抛向空中,使一滴水落到长辈们身上。至尊者第三次以佛陀和长老的名义致敬。随后,圣者佛陀展现了使太阳照耀(落下)的神通,为亲属加持。他展现了赐予亲属幸福的神通。他左手高举成圈,表示他人敬仰他时他感到喜悦;右手放下,表示他为已受加持的天人加持。愿你所愿,皆能实现。








Post a Comment

Previous Post Next Post